Job Openings
Senior Executive, Relationship Management (Pakze)
About the job Senior Executive, Relationship Management (Pakze)
ໜ້າທີ່ຮັບຜິດຊອບ
- ໃຫ້ຄຳປືກສາກັບລູກຄ້າທີ່ສົນໃຈຜະລິດຕະພັນຂອງທະນາຄານ ແລະ ເງື່ອນໄຂການຍື່ນຂໍສິນເຊື່ອ, ເອກະສານສິນເຊື່ອ ແລະ ຂໍ້ສອບຖາມທີ່ກ່ຽວຂ້ອງກັບການປະເມີນສິນເຊື່ອ.
- ດຳເນີນການປະເມີນສິນເຊື່ອ ແລະ ວິເຄາະເອກະສານທາງການເງິນຂອງສິນເຊື່ອລາຍບຸກຄົນ ແລະ ທຸລະກິດ ເພື່ອປະເມີນຄວາມສາມາດໃນການຊຳລະໜີ້ ແລະ ຄວາມສ່ຽງທີ່ອາດເກີດຂຶ້ນ.
- ຮັກສາສາຍສຳພັນທີ່ດີກັບລູກຄ້າ.
- ຕິດຕາມແນວໂນ້ມຕະຫຼາດ, ການພັດທະນາຂອງອຸດສາຫະກຳ ແລະ ກິດຈະກຳຂອງຄູ່ແຂ່ງ ເພື່ອລະບຸຄວາມສ່ຽງດ້ານສິນເຊື່ອ ແລະ ໂອກາດທາງທຸລະກິດທີ່ອາດເກີດຂຶ້ນ
- ຈັດກຽມ ແລະ ນຳສະເໜີບົດລາຍງານການປະເມີນສິນເຊື່ອ ແລະ ຂໍ້ສະເໜີແນະທີ່ຊັດເຈນ ເພື່ອໃຫ້ຝ່າຍບໍລິຫານພິຈາລະນາ ແລະ ອະນຸມັດ
- ຮັກສາແຟ້ມຂໍ້ມູນສິນເຊື່ອຂອງລູກຄ້າ, ບັນທຶກການປະເມີນ ແລະ ລາຍງານຕ່າງໆ ໃນລະບົບໃຫ້ຖືກຕ້ອງ ແລະ ປະຕິບັດຕາມນະໂຍບາຍພາຍໃນ
- ໃຫ້ການສະໜັບສະໜູນແກ່ສະມາຊິກທີມງານ ແລະ ມີສ່ວນຮ່ວມໃນການປັບປຸງຂະບວນການຢ່າງຕໍ່ເນື່ອງພາຍໃນວຽກງານປະເມີນສິນເຊື່ອ.
ຄຸນສົມບັດ:
- ຈົບການສຶກສາລະດັບ ຊັ້ນສູງ ຫຼື ປະລິນຍາຕີ ໃນສາຂາ ບໍລິຫານທຸລະກິດ, ການທະນາຄານ, ການເງິນ, ແລະ ຂາສາອື່ນໆທີ່ກ່ຽວຂ້ອງ.
- ມີປະສົບການຢ່າງໜ້ອຍ 2 - 3 ປີໃນການຂາຍຜະລິກຕະພັນສິນເຊື່ອ
- ສາມາດຂຽນບົດລາຍງານສິນເຊື່ອ ແລະ ເຂົ້າໃຈເອກະສານທາງການເງິນຂອງແຕ່ລະທຸລະກິດ.
- ສາມາດສື່ສານ ແລະ ເຈລະຈາກັບລູກຄ້າ
- ສາມາດເຮັດວຽກເປັນທີມ ແລະ ເຮັດວຽກຢ່າງເປັນມືອາຊີບ
- ມີທັກສະໃນການແກ້ໄຂບັນຫາສະເພາະໜ້າ
- ສາມາດສື່ສານພາສາອັງກິດລະດັບປານກາງ