Job Openings
Executive, Sales Retail
About the job Executive, Sales Retail
ໜ້າທີ່ຮັບຜິດຊອບ:
- ໃຫ້ຄຳປືກສາຜະລິດຕະພັນສິນເຊື່ອລົດ, ສິນເຊື່ອເຮືອນ, ແລະ ສິນເຊື່ອລາຍຍ່ອຍອື່ນໆ ຂອງທະນາຄານ ໃຫ້ແກ່ລູກຄ້າ ຜ່ານຫຼາຍຊ່ອງທາງ ເຊັ່ນ: ການໂທ, ການເຂົ້າພົບລູກຄ້າໂດຍກົງ ແລະ ລົງພື້ນທີ່ເພື່ອນຳສະເໜີ.
- ຮັກສາ ແລະ ສ້າງຄວາມສຳພັນກັບລູກຄ້າໃໝ່ ແລະ ເກົ່າ ເພື່ອໃຫ້ແນ່ໃຈວ່າລູກຄ້າມີຄວາມພໍໃຈໃນການບໍລິການ.
- ບໍລິຫານ ແລະ ບັນລຸເປົ້າໝາຍການຂາຍທີ່ທາງທະນາຄານມອບໃຫ້.
- ໃຫ້ບໍລິການລູກຄ້າ ແລະ ຕອບສະໜອງຄວາມຕ້ອງການ ພ້ອມດ້ວຍແກ້ໄຂບັນຫາໃຫ້ລູກຄ້າ.
- ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບຜະລິດຕະພັນອີງຕາມການມອບໝາຍຂອງທະນາຄານ.
ຄຸນສົມບັດ:
- ຈົບການສຶກສາລະດັບ ຊັ້ນສູງ ຫຼື ປະລິນຍາຕີ ໃນສາຂາ ບໍລິຫານທຸລະກິດ, ການທະນາຄານ, ການເງິນ, ແລະ ຂາສາອື່ນໆທີ່ກ່ຽວຂ້ອງ.
- ມີປະສົບການຢ່າງໜ້ອຍ 1 - 2 ປີໃນການຂາຍຜະລິກຕະພັນສິນເຊື່ອລົດ ແລະ ສິນເຊື່ອເຮືອນ
- ສາມາດສື່ສານ ແລະ ເຈລະຈາກັບລູກຄ້າ
- ສາມາດເຮັດວຽກເປັນທີມ ແລະ ເຮັດວຽກຢ່າງເປັນມືອາຊີບ
- ມີທັກສະໃນການແກ້ໄຂບັນຫາສະເພາະໜ້າ