Job Openings Senior Executive, Relationship Management (LPB)

About the job Senior Executive, Relationship Management (LPB)

ໜ້າທີ່ຮັບຜິດຊອບ
  • ໃຫ້ຄຳປືກສາກັບລູກຄ້າທີ່ສົນໃຈຜະລິດຕະພັນຂອງທະນາຄານ ແລະ ເງື່ອນໄຂການຍື່ນຂໍສິນເຊື່ອ, ເອກະສານສິນເຊື່ອ ແລະ ຂໍ້ສອບຖາມທີ່ກ່ຽວຂ້ອງກັບການປະເມີນສິນເຊື່ອ.
  • ດຳເນີນການປະເມີນສິນເຊື່ອ ແລະ ວິເຄາະເອກະສານທາງການເງິນຂອງສິນເຊື່ອລາຍບຸກຄົນ ແລະ ທຸລະກິດ ເພື່ອປະເມີນຄວາມສາມາດໃນການຊຳລະໜີ້ ແລະ ຄວາມສ່ຽງທີ່ອາດເກີດຂຶ້ນ.
  • ຮັກສາສາຍສຳພັນທີ່ດີກັບລູກຄ້າ. 
  • ຕິດຕາມແນວໂນ້ມຕະຫຼາດ, ການພັດທະນາຂອງອຸດສາຫະກຳ ແລະ ກິດຈະກຳຂອງຄູ່ແຂ່ງ ເພື່ອລະບຸຄວາມສ່ຽງດ້ານສິນເຊື່ອ ແລະ ໂອກາດທາງທຸລະກິດທີ່ອາດເກີດຂຶ້ນ
  • ຈັດກຽມ ແລະ ນຳສະເໜີບົດລາຍງານການປະເມີນສິນເຊື່ອ ແລະ ຂໍ້ສະເໜີແນະທີ່ຊັດເຈນ ເພື່ອໃຫ້ຝ່າຍບໍລິຫານພິຈາລະນາ ແລະ ອະນຸມັດ
  • ຮັກສາແຟ້ມຂໍ້ມູນສິນເຊື່ອຂອງລູກຄ້າ, ບັນທຶກການປະເມີນ ແລະ ລາຍງານຕ່າງໆ ໃນລະບົບໃຫ້ຖືກຕ້ອງ ແລະ ປະຕິບັດຕາມນະໂຍບາຍພາຍໃນ
  • ໃຫ້ການສະໜັບສະໜູນແກ່ສະມາຊິກທີມງານ ແລະ ມີສ່ວນຮ່ວມໃນການປັບປຸງຂະບວນການຢ່າງຕໍ່ເນື່ອງພາຍໃນວຽກງານປະເມີນສິນເຊື່ອ. 

ຄຸນສົມບັດ: 

  • ຈົບການສຶກສາລະດັບ ຊັ້ນສູງ ຫຼື ປະລິນຍາຕີ ໃນສາຂາ ບໍລິຫານທຸລະກິດ, ການທະນາຄານ, ການເງິນ, ແລະ ຂາສາອື່ນໆທີ່ກ່ຽວຂ້ອງ.
  • ມີປະສົບການຢ່າງໜ້ອຍ 2 - 3 ປີໃນການຂາຍຜະລິກຕະພັນສິນເຊື່ອ
  • ສາມາດຂຽນບົດລາຍງານສິນເຊື່ອ ແລະ ເຂົ້າໃຈເອກະສານທາງການເງິນຂອງແຕ່ລະທຸລະກິດ. 
  • ສາມາດສື່ສານ ແລະ ເຈລະຈາກັບລູກຄ້າ
  • ສາມາດເຮັດວຽກເປັນທີມ ແລະ ເຮັດວຽກຢ່າງເປັນມືອາຊີບ
  • ມີທັກສະໃນການແກ້ໄຂບັນຫາສະເພາະໜ້າ
  • ສາມາດສື່ສານພາສາອັງກິດລະດັບປານກາງ