Job Openings Senior Procurement Supervisor

About the job Senior Procurement Supervisor

1. Job Purpose ວັດຖຸປະສົ່ງ ຂອງຕຳແຫນ່ງງານ

ຄວບຄຸມ ແລະ ຕິດຕາມ ການວາງແຜນ ການຈັດຊື້ ຈັດຈ້າງ, Sourcing, Shipping, Inventory Management ເພື່ອໃຫ້ບໍລິສັດ ໄດ້ຮັບສິນຄ້າສິນຄ້າທີ່ມີຄຸນນະພາບ, ຕົງຕໍ່ເວລາກຳນົດ, ມີສິນຄ້າ ພຽງພໍໃນການຂາຍ, ບໍ່ສະຕ໋ອກສິນຄ້າຫລາຍເກີນໄປ, ບໍ່ກໍ່ໃຫ້ເກີດສິນຄ້າຄ້າງສາງ-ຫມົດອາຍຸ ແລະ ລາຄາແຂ່ງຂັນໄດ້. ເສີມສ້າງຂະບວນການເຮັດວຽກ ດ້ວຍການວາງລະບົບ, ຍົກລະດັບມາດຕະຖານການເຮັດວຽກ(Process) ແລະ ການນຳໃຊ້ Technology ທີ່ທັນສະໄຫມປະກອບເຂົ້າໃນວຽກງານ ໃຫ້ມີປະສິທິພາບຫລາຍຂື້ນ

2. Key Responsibility ໜ້າທີ່ຮັບຜິດຊອບຫລັກ

2.1 Sourcing & Supplier Management ການຈັດຫາສິນຄ້າ ແລະ ຄັດເລືອກຜູ້ສະຫນອງ

  • ຫາຂໍ້ມູນສິນຄ້າໃຫມ່ ຕາມຜູ້ຂາຍຕ້ອງການ ຫລື ຕາມເທນຂອງຕະຫລາດ
  • ຊີ້ນຳ ນຳພາ ເຈລະຈາຕໍ່ລອງລາຄາ ແລະ ເງືອນໄຂການຄ້າ Services Level Agreement(SLA),MOQ, Incoterm, Payment Term and etc. ເພືອໃຫ້ໄດ້ຂໍ້ຕົກລົງດິທີສຸດ
  • ສົມທຽບລາຄາສິນຄ້າໃຫມ່ ເພື່ອເລືອກເອົາ ສິນຄ້າ ທີ່ມີ ລາຄາແລະເງືອນໄຂດີທີ່ສຸດ
  • ສັນຫາສິນຄ້າ ຈາກຜູ້ຜະລິດໂດຍກົງບໍ່ຜ່ານຕົວແທນ (Agency)ໃຫ້ຫລາຍທີ່ສຸດ.
  •  ເຮັດການປະເມີນຜົນ ແລະ ຄຸນວຸດທິຂອງຜູ້ສະໜອງ ເປັນເດືອນ/ປີ (Supplier Evaluation & Qualification)- ດ້ວຍ On time In-Full (OTIF), Price, Quality, Lead time
  • ມີສ່ວນຮ່ວມໃນການພັດທະນາ ຜູ້ສະຫນອງທີ່ສຳຄັນ ມາເປັນຜູ້ສະຫນອງ ຍຸດທະສາດ ( Strategic Partner)
  • ສ້າງຟາຍສົມທຽບສິນຄ້າ ແລະ ລາຄາສິນຄ້າທັງຫມົດ ສຳລັບສິນຄ້າທີ່ຮັບຜິດຊອບ(ສົມທຽບລາຍການສິນຄ້າທີເປັນ ເຄມີ ດຽວກັນ)(ສ້າງໄວ້ເພື່ອຕິດຕາມລາຄາສິນຄ້າ ແລະ ອ້າງອີງໃນການຕໍ່ລອງລາຄາຕ່າງໆ)
  • ນຳພາທີມງານ ເຮັດ Demand Forecast ຮ່ວມກັບທີມ Sales/Product Management ແລະ ສົ່ງໃຫ້ກັບຜູ້ສະຫນອງບໍ່ເກີນ ໄຕມາດ 1 ຂອງແຕ່ລະປີ.

2.2 Inventory Management & Demand Forecasting ການຄວບຄຸມການຫມູນວຽນຂອງສິນຄ້າໃນສາງ ແລະ ວາງແຜນຄາດຄະເນການຂາຍ)

  • ກວດເຊັກສະຕ໋ອກສິນຄ້າໃນສາງເພື່ອຂື້ນແຜນການສັ່ງຊື້ສັ່ງຄ້າ ໃຫ້ເຫມາະສົມກັບການຂາຍ, ຄວາມຕ້ອງການຂອງລູກຄ້າ, ແລະ ມາດຕະຖານການຈັດເກັບ
  • ຕິດຕາມສິນຄ້າໃນສະຕ໋ອກ ແລະ ຂື້ນແຜນ Re-Order Point/Safety Stock/Stock On Hand (SOH) & Day On Hand ( DOH)
  • ເຮັດ Forecast ປະຈຳປີ ຮ່ວມກັບທີມ BD/Product Management/Finance/Suppliers
  • ຕິດຕາມ Product Ageing ເພື່ອປ້ອງກັນບັນຫາ Over Stock & Expire.

2.3 Purchase Management (ການບໍລິຫານການສັ່ງຊື້)

  • ກວດເຊັກສະຕ໋ອກສິນຄ້າໃນສາງເພື່ອຂື້ນແຜນຂໍສັ່ງຊື້ສັ່ງຄ້າ(PR)ຂໍເຊັນອະນຸມັດ
  • ດຳເນີນການສັ່ງຊື້ສິນຄ້າ(PO) ຂໍເຊັນອະນຸມັດ
  • ຕິດຕາມການຮັບສົ່ງມອບສິນຄ້າໃຫ້ຖືກຕ້ອງ-ທັນເວລາ ແລະ ໄດ້ມາດຕະຖານຕາມຄວາມຕ້ອງການ
  • ປະສານງານກັບທີມບັນຊີ ເລື່ອງການຊຳລະຄ່າສິນຄ້າຕ່າງໆ
  • ຄິດໄລ່ຕົ້ນທືນລາຄາຊື້+ຂົນສົ່ງ ຮອດລາວ ຂອງການນຳເຂົ້ານອກ ແລະ ນຳເຂົ້າທາງການ ປະເມີນລາຄາເບື້ອງຕົ້ນ ເພື່ອວາງແຜນການສັ່ງຊື້ສິນຄ້າໃຫ້ຖືກຕ້ອງ
  • ສ້າງຟາຍສົມທຽບສິນຄ້າ ແລະ ລາຄາສິນຄ້າທັງຫມົດ ສຳລັບສິນຄ້າທີ່ຮັບຜິດຊອບ(ສົມທຽບລາຍການສິນຄ້າທີເປັນ ເຄມີ ດຽວກັນ) (ສ້າງໄວ້ເພື່ອຕິດຕາມລາຄາສິນຄ້າ ແລະ ອ້າງອີງໃນການຕໍ່ລອງລາຄາຕ່າງໆ)
  • ຕິດຕາມ ການປິດຕົວເລກ ປະຈຳປີ ຂອງແຕ່ລະບໍລິສັດ ( ຖ້າມີ) ( ປິດຍອດທ້າຍປີ ແລະ ວາງແຜນຊື້ໃນປີຕໍ່ໄປ)
  • ສ່ວນຮ່ວມໃນການພັດທະນາ ແລະ ປັບປຸງ ຂະບວນການຈັດຊື້ ຈັດຈ້າງ ໃຫ້ມິີປະສິດທິພາບ ແລະ ປະສິດທິຜົນຫລາຍຂື້ນ
  • ລາຍງານຜົນການຈັດຊື້ ປະຈຳເດືອນ,ໄຕມາດ ແລະ ປະຈຳປີ ຂອງທີມງານ ໃຫ້ຜູ້ຈັດການ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ
  • ຊີ້ນຳ ຊ່ວຍຜູ້ຈັດການ ຕັ້ງ KPI ສຳລັບຫນ່ວຍງານຈັດຊື້ ຈັດຈ້າງ

2.4 Bidding Support (ການມີສ່ວນຮ່ວມໃນການປະມູນ)

  • ຊ່ວຍເປັນຫລັກໃນການປະສານງານກັບທີມປະມູນ ແລະ ລວບລວມຂໍ້ມູນສິນຄ້າເພື່ອເຮັດ Cost Sheet ເພື່ອສະຫນອງລາຄາຕົ້ນທືນໃຫ້ແກ່ການປະມູນ
  • ເປັນຕົວແທນຫນ່ວຍງານ ໃນການເຂົ້າຮ່ວມປະຊຸມກັບທີມງານໂຮງຫມໍ ຫລື ທີມງານທີ່ກ່ຽວຂ້ອງ (ທີ່ໄດ້ຮັບມອບຫມາຍຈາກ ຜູ້ຈັດການ)
  • ສະຫນອງລາຄາສິນຄ້າໃຫ້ແກ່ການປະມູນໃຫ້ໄດ້ຕາມຄວາມຕ້ອງການຂອງຝ່າຍປະມູນ
  • ສະຫນອງ ເອກະສານເຊັ່ນ: ໃບອະນຸຍາດໃຫ້ປະມູນ ແລະ ໃບຢັ້ງຢືນຕ່າງໆ ເພື່ອປະກອບໃສ່ເອກະສານການປະມູນ ໃຫ້ທັນຕາມເວລາກຳນົດ

2.5 Shipping inbound coordination (ປະສານງານຂົນສົ່ງຂາເຂົ້າ)

  • ປະສານງານກັບຂົນສົ່ງ ເພື່ອເຈລະຈາຕໍ່ລອງເງືອນໄຂການສົ່ງສິນຄ້າ ໃຫ້ໄດ້ເງືອນໄຂດີທີສຸດ
  • ຕໍ່ລອງລາຄາຂົນສົ່ງ ແລະ ເຮັດສັນຍາ ເພື່ອຄົງລາຄາ ຂົນສົ່ງເປັນລາຍປີ ກັບບໍລິສັດຂົນສົ່ງ ໃນການສົ່ງສິນຄ້າລະຫວ່າງປະເທດ
  • ກວດກາຄວາມຖືກຕ້ອງຂອງເອກະສານທີ່ກ່ຽວຂ້ອງກັບການນຳເຂົ້າສິນຄ້າເຊັ່ນ: Invoice, Packing list, GMP ,ISO, Trade Agreement from & etc.
  • ຄວບຄຸມຄ່າໃຊ້ຈ່າຍ ດ້ານການຂົນສົ່ງ ( Logistic) ເຊັ່ນ: Freight Charge, Duty Fee, Customs Clearance
  • ປະສານງານກັບ Shipping Agent/Freight Forwarder
  • ຕິດຕາມການຂົນສົ່ງສິນຄ້າ Shipping Error, Delay, Damage ແລະ ປະສານງານ ເພື່ອແກ້ໄຂບັນຫາຮ່ວມກັນກັບພາກສ່ວນທີ່ກ່ຽວຂ້ອງ

2.6 ການສົ່ງມອບ

  •  ວາງແຜນການສົ່ງມອບສິນຄ້າ, ຄວບຄຸມ ແລະ ຕິດຕາມການສົ່ງມອບສິນຄ້າໃຫ້ກັບຄັງສິນຄ້າ.
  •  ປະສານງານກັບໜ່ວຍງານທີ່ກ່ຽວຂ້ອງໃນການຮັບສິນຄ້າເຂົ້າສາງ ແລະ ກວດສອບຄວາມຖືກຕ້ອງຂອງສິນຄ້າ
  • ກໍລະນິ ສິນຄ້າມີການແຕກຫັກເສຍຫາຍ ແມ່ນແຈ້ງທາງຜູ້ສະຫນອງ ເພື່ອປ່ຽນແທນສິນຄ້າ
  • ຕິດຕາມສິນຄ້າປ່ຽນແທນກັບຜູ້ສະຫນອງ ແລະ ເວລາສິນຄ້າມາແລ້ວແມ່ນແຈ້ງຕໍ່ກັບສາງສິນຄ້າ ຫລື ຜູ້ຮັບສິນຄ້າ

3. People/Process/Technology-Capabilities scope

3.1 People (ບຸກຂະລາກອນ)

  • ຊ່ວຍບໍລິຫານວຽກ ແລະ ທີມງານ ຈັດຊື້ ຈັດຈ້າງ ດ້ວຍການວາງໂຄງສ້າງໃຫ້ເຫມາະສົມ
  • ເຮັດ Performance Review ປະຈຳໄຕມາດ/ປະຈຳປີ
  • ຝືກສອນທີມງານ ແລະ ຝືກທັກສະ ການຮຽນຮູ້ ກັບອົງກອນ ຫລື ຮຽນດ້ວຍຕົວເອງ ແລະ ຝືກສອນໃຫ້ທີມງານ

3.2 Process ຂະບວນການ

  • ຊ່ວຍພັດທະນາ ຂະບວນການການເຮັດວຽກ (SOP)ຂອງຫນ່ວຍງານຈັດຊື້ ໃຫ້ເປັນຂະບວນການທີ່ຕອບໂຈດການນຳໃຊ້ວຽກງານໃຫ້ດີຂື້ນ ແລະ ຂັ້ນຕອນບໍ່ຊັບຊ້ອນ
  • ຊ່ວຍໃຊ້ Data Analysis ( Excel, Power BI) ເພື່ອວິເຄາະຂໍ້ມຸນ ແລະ ແນວໂນ້ມຕະຫລາດ
  • ຊ່ວຍ ຜູ້ຈັດການ ກວດເຊັກເອກະສານ ຂໍອະນຸມັດ ເລື່ອງການຈັດຊື້ ຈັດຈ້າງ

3.3 Technology (ລະບົບແລະດີຈີຕອນ)

  • ໃຊ້ ERP System (Odoo)/ ລະບົບຈັດຊື້ ອອນໄລ ໃຫ້ມີປະສິດທີພາບ
  • ໃຊ້ຂໍ້ມູນໃນລະບົບ ວິເຄາະຫາຕົວເລກຍອດການສັ່ງຊື້,Back order & etc.

Qualification (ຄຸນສົມບັດ)

  • ປະສົບການຈັດຊື້ 3–5 ປີ ແລະ ຢ່າງຫນ້ອຍແມ່ນ 2ປີ ໃນຕ່ຳແຫນ່ງລະດັບຫົວຫນ້າສາຍງານ
  • ສາມາດນຳໃຊ້ Excel/Power BI/V-lookup / Pivot ໄດ້ດີ
  • ມີປະສົບການຈັດຊື້ໃນທຸລະກິດ Trading ຫລື Healthcare ແລະ ເຂົ້າໃຈຂະບວນການຈັດຊື້ເປັນຢ່າງດີ
  • ເຂົ້າໃຈ Demand Forecast, Inventory Planning, Cost Analysis
  • ມີຄວາມຮູ້ກົດຫມາຍຈັດຊື້ B2B/B2G ແລະ ເອກະສານປະມູນ
  • ສາມາດນຳໃຊ້ Excel/Power BI/V-Lookup/Pivot table ໄດ້ດີ
  • ມີຄວາມສາມາດ ເຈລະຈາຕໍ່ລອງແລະບໍລິຫານ Suppliers ໄດ້ດີ
  • ມີທັກສະໃນການວິເຄາະຕົວເລກ ໄດ້ດີພໍສົມຄວນ
  • ສາມາດເຮັດວຽກເປັນທີມ ແລະ ປະສານງານຫລາຍຫນ່ວຍງານ ໄດ້ດີ