About the job DRIVER
ໜ້າວຽກ:
- ຂົບລົດໄປ-ມາ ສົ່ງຫົວຫນ້າ ຫຼື ທີມງານ ຫລື ເຄື່ອງຂອງ ຕາມທີ່ໄດ້ຖືກມອບຫມາຍ ໄປຮອດຈຸດຫມາຍປາຍທາງ ແລະ ຮັບປະກັນຄວາມປອດໄພຂອງຍານພາຫະນະ ແລະ ຜູ້ໂດຍສານຂອງຕົນ.
- ບຳລຸງຮັກສາພາຫະນະ ກວດກາລົດກ່ອນອອກເດີນທາງແຕ່ລະຄັ້ງ ແລະ ບຳລຸງຮັກສາເປັນປົກກະຕິ
- ວາງແຜນເສັ້ນທາງກ່ອນເດີນທາງຕາມທີ່ໄດ້ຮັບມອບຫມາຍ ໂດຍການນໍາໃຊ້ ແຜນທີ່ອີເລັກໂທຣນິກ (ເຊັ່ນ: Google map) ຫຼື ເຄື່ອງມືນໍາທາງອື່ນໆເພື່ອຊອກຫາເສັ້ນທາງທີ່ດີທີ່ສຸດໄປຫາຈຸດຫມາຍປາຍທາງ.
- ຊ່ວຍໃນການບັນຈຸເຄື່ອງຂອງໃສ່ ແລະ ຍົກເຄື່ອງຂອງອອກຈາກຍານພາຫະນະ ໃຫ້ແກ່ຫົວຫນ້າ -ເດີນທາງໄປຈັດການຫນ້າວຽກໃດຫນື່ງຕາມໄດ້ຮັບມອບຫມາຍ ແລະ ຕ້ອງປະສານໃນທັດສະນະທີ່ເປັນມິດ ແລະ ເປັນມືອາຊີບ.
- ປະຕິບັດຫນ້າວຽກຕາມກົດລະບຽບບໍລິສັດ ແລະ ຕາມກົດຈະລາຈອນທັງຫມົດ ແລະ ລາຍງານອຸປະຕິເຫດ ຫຼື ເຫດການໃດໆ ທີ່ເກີດຂຶ້ນ ເພື່ອການຄຸ້ມຄອງຈັດການທີ່ເປັນປົກກະຕິ.
- ບໍລິຫານຈັດການເວລາ ໃນການເດີນທາງໄປມາ ຮອດຈຸດຫມາຍປາຍທາງຕາມກໍານົດເວລາ.
ຄຸນສົມບັດສໍາລັບຄົນຂັບລົດປະກອບມີ:
- ເພດຊາຍ: ອາຍຸ ບໍ່ເກີນ 40 ປີ.
- ຕ້ອງມີໃບຂັບຂີ່.
- ຈົບມັດທະຍົມສຶກສາຕອນປາຍຂຶ້ນໄປ ຫລື ທຽບເທົ່າ.
- ສາມາດສື່ສານພາສາຈີນ ຫລື ອັງກິດ ສົນທະນາທາງປາກເປົ່າໄດ້.
- ເວລາເຮັດວຽກ ອີງຕາມຫົວຫນ້າເປັນຫລັກ. ສ່ວນໃຫຍ່ ເອົາຕາມເວລາຫ້ອງການ: 9:00-18:00. ຖ້າຫົວຫນ້າໄດ້ເດີນທາງໄປວຽກຕໍ່ ກໍ່ຕ້ອງໄປນຳ, ສາມາດຍອມຮັບການເຮັດວຽກໂອທີ.
- ອາທິດຫນຶ່ງ ເຮັດວຽກ 6 ມື້: ພັກໄດ້ 1 ມື້ ລະຫວ່າງ ວັນເສົາ ຫລື ວັນອາທິດ(ຕາມຄວາມຕ້ອງການຕົວຈິງໃນການໃຊ້ລົດຂອງຫົວໜ້າ, ຕ້ອງກຽມໂຕໄວ້ ແລະ .ໝັ່ນເບິ່ງຂໍ້ຄວາມໂທລະສັບ)