Job Openings 市场部主管 ຫົວໜ້າຂະແໜງການຕະຫຼາດ

About the job 市场部主管 ຫົວໜ້າຂະແໜງການຕະຫຼາດ

ໜ້າທີ່ຮັບຜິດຊອບ

  1. ຊ່ວຍຊີ້ນໍາວຽກງານການນຕະຫຼາດ ແລະ ກິດຈະກໍາຂອງສູນການຄ້າໄອເຕັກມໍ
  2. ວາງແຜນກິດຈະກຳ, ອັບເດດຕາຕາລາງ Event, Agenda, ຈັດທຳ Function ການເຮັດວຽກຂອງພະແນກໃນການລາຍງານປະຈຳເດືອນ ແລະ ກິດຈະກຳອື່ນໆ
  3. ຮັບຜິດຊອບປະສານງານເລື່ອງລົງພື້ນທີ່ Event hall, ຂື້ນແຜນງານການຈັດກິດຈະກຳໃນສູນການຄ້າໄອເຕັກມໍ
  4. ລວບລວມພາບ ແລະ ການຈັດງານ Event ທຸກຄັ້ງລາຍງານ ຫົວໜ້າພະແນກ ແລະ ຜູ້ຈັດການທົ່ວໄປ
  5. ກວດກາຄວາມເປັນລະບຽບຮຽບຮ້ອຍໃນດ້ານການຕົບແຕ່ງ ແລະ ກິດຈະກຳ ເພື່ອລາຍງານຫົວໜ້າສາຍງານ.
  6. ກວດກາເບິ່ງພື້ນທີ່ ແລະ ປະສານງານການອອກບູດຂອງລູກຄ້າພາຍໃນສູນການຄ້າ
  7. ສ້າງຄວາມສຳພັນອັນດີງາມ ກັບ Supplier Business Partnership/ Team work/ Top of Mind
  8. ປະຕິບັດວຽກອື່ນໆຕາມການມອບໝາຍຂອງຫົວໜ້າສາຍງານ.

ເງື່ອນໄຂໃນການຮັບສະໝັກ

  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ສາຂາ ການຕະຫຼາດ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ.
  • ມີປະສົບການໃນການເຮັດວຽກ 03 ປີ ຂຶ້ນໄປ
  • ມີທັກສະການໃນການສື່ສານ ແລະ ໄຫວພິບໃນການເຈລະຈາ ຕໍ່ລອງ ທີ່ດີ
  • ມີຄວາມຫ້າວຫັນ, ວ່ອງໄວ, ກະຕືລືລົ້ນໃນການເຮັດວຽກ, ມີມະນຸດສໍາພັນທີ່ດີ, ສາມາດເຮັດວຽກເປັນທີມໄດ້
  • ສາມາດນຳໃຊ້ Program Microsoft office ແລະ ຖ້າມີທັກສະໃນການນຳໃຊ້ AI ຈະພິຈາລະນາເປັນພິເສດ.
  • ຖ້າໄດ້ ພາສາອັງກິດ ຫຼື ພາສາຈີນ ຢ່າງຄ່ອງແຄ້ວຈະພິຈາລະນາ ເປັນພິເສດ.