Job Openings Factory Manager

About the job Factory Manager

ຜູ້ຈັດການໂຮງງານຜະລິດປຸ໋ຍ

(Factory Manager – Fertilizer Plant)

ໜ້າທີ່ ແລະ ຄວາມຮັບຜິດຊອບ

  • ວາງແຜນ ແລະ ຄວບຄຸມການຜະລິດປຸ໋ຍໃຫ້ເປັນໄປຕາມແຜນທີ່ກໍານົດ ດ້ານປະລິມານ, ຄຸນນະພາບ ແລະ ຕົ້ນທຶນ
  • ເບິ່ງແຍງການໃຊ້ງານເຄື່ອງຈັກ ແລະ ການບໍາລຸງຮັກສາເບື້ອງຕົ້ນໃຫ້ພ້ອມໃຊ້ງານ
  • ຄວບຄຸມຄຸນນະພາບວັດຖຸດິບ, ຂັ້ນຕອນການຜະລິດ ແລະ ສິນຄ້າສໍາເລັດຮູບ
  • ບໍລິຫານ ແລະ ຈັດການພະນັກງານໂຮງງານຂະໜາດນ້ອຍ (ຈັດກະງານ, ແບ່ງງານ, ປະເມີນຜົນການເຮັດວຽກ)
  • ດູແລຄວາມປອດໄພໃນການເຮັດວຽກ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງໂຮງງານ
  • ຄວບຄຸມສະຕ໋ອກວັດຖຸດິບ, ບັນຈຸພັນ ແລະ ສິນຄ້າສໍາເລັດຮູບ
  • ປະສານງານກັບຝ່າຍຈັດຊື້, ຝ່າຍຂາຍ ແລະ ຜູ້ບໍລິຫານ
  • ຈັດເຮັດລາຍງານການຜະລິດ, ຕົ້ນທຶນ, ບັນຫາ ແລະ ຂໍ້ແນະນໍາເພື່ອປັບປຸງປະສິດທິພາບ
  • ປັບປຸງຂະບວນການຜະລິດເພື່ອຫຼຸດຂອງເສຍ ແລະ ຫຼຸດຕົ້ນທຶນ

ຄຸນສົມບັດ (Qualifications)

  • ຈົບການສຶກສາລະດັບຊັ້ນສູງຂຶ້ນໄປ ສາຂາວິສະວະກໍາ, ເຄມີ, ກະສິກໍາ, ບໍລິຫານ ຫຼື ສາຂາທີ່ກ່ຽວຂ້ອງ
  • ມີປະສົບການບໍລິຫານໂຮງງານ ຫຼື ສາຍງານຜະລິດ ຢ່າງນ້ອຍ 3–5 ປີ
  • ມີຄວາມຮູ້ດ້ານການຜະລິດປຸ໋ຍ ຫຼື ເຄມີກະສິກໍາ
  • ສາມາດລົງເຮັດວຽກໜ້າງານ (Hands-on) ໄດ້
  • ມີທັກສະໃນການບໍລິຫານຄົນ, ການແກ້ໄຂບັນຫາ ແລະ ການຕັດສິນໃຈ
  • ມີຄວາມຮູ້ດ້ານຄວາມປອດໄພ ແລະ ກົດໝາຍໂຮງງານ
  • ສາມາດໃຊ້ຄອມພິວເຕີພື້ນຖານ ແລະ ຈັດເຮັດລາຍງານໄດ້

ລັກສະນະວຽກງານ

  • ເຮັດວຽກປະຈໍາຢູ່ໂຮງງານ
  • ດູແລທີມງານຂະໜາດນ້ອຍ
  • ລາຍງານການເຮັດວຽກໃຫ້ຜູ້ບໍລິຫານ ຫຼື ເຈົ້າຂອງກິດຈະການ



ມີທີ່ພັກ ອາຫານ
ພັກຕາມວັນພັກລັດຖະການ ແລະ ວັນສີນໃຫຍ່
8:00 - 17:00

ບ້ານເວີນ, ເມືອງ ທ່າແຂກ,​ແຂວງຄໍາມ່ວນ
ບໍ່ຈຳກັດເພດ ອາຍຸ: 25-35ປີ
ເງີນເດືອນ 7,000,000-10,000,000ກີບ